lo_tn/isa/10/01.md

2.6 KiB
Raw Permalink Blame History

ຜູ້ທີ່ອອກກົດຫມາຍທີ່ບໍ່ເປັນທຳ ແລະ ຂຽນບົດບັນຍັດທີ່ບໍ່ຍຸດຕິທຳ

ສອງສຳນວນເຫລົ່ານີ້ ພື້ນຖານແລ້ວຄວາມຫມາຍຄືກັນ. ອາດແປໄດ້ອີກວ່າ: "ເຖິງຄົນເຫລົ່ານັ້ນທີ່ອອກກົດຫມາຍ ແລະ ອັກສອນທີ່ບໍ່ທ່ຽງທຳສຳລັບທຸກໆຄົນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

ພວກເຂົາຂັບໄລ່ຜູ້ທີ່ຕ້ອງການຄວາມຍຸດຕິທຳ, ລັກເອົາສິດຂອງຄົນທຸກຍາກຂອງຊາດຂອງພວກເຮົາ

ສອງສຳນວນເຫລົ່ານີ້ພື້ນຖານແລ້ວມີຄວາມຫມາຍຄືກັນ. ອາດແປໄດ້ອີກວ່າ: "ພວກເຂົາບໍ່ໄດ້ໃຫ້ຄວາມຍຸດຕິທຳແກ່ຄົນທຸກຍາກ ແລະ ຄົນຍາກຈົນ ທ່າມກາງປະຊາຊົນຂອງເຮົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

ຄົນທຸກຍາກ

"ຄົນທຸກຍາກ"

ຍຶດຊັບສິນຂອງແມ່ຫມ້າຍ

"ຢຶດເອົາທຸກສິ່ງທຸກຢ່າງຈາກພວກຜູ້ຍິງທີ່ຜົວຂອງນາງໄດ້ຕາຍແລ້ວ"

ເຮັດໃຫ້ເດັກນ້ອຍກຳພ້າພໍ່ເປັນເຫຍື່ອຂອງພວກເຂົາ

ເອຊາຢາປຽບທຽບກໍາພ້າພໍ່ກັບສັດທີ່ສັດອຶ່ນອີກໄລ່ລ່າ ແລະ ກິນມັນ. ນີ້ເນັ້ນຫນັກໃຫ້ເຫັນວ່າກຳພ້າພໍ່ເປັນຄົນບໍ່ມີອຳນາດ ແລະ ຕັດສິນສາມາດທຳອັນຕະລາຍກັບພວກເຂົານັ້ນງ່າຍຫລາຍ. ອາດແປໄດ້ອີກວ່າ: "ແລະ ທຳອັນຕະລາຍແກ່ເດັກນ້ອຍຜູ້ທີ່ບໍ່ມີພໍ່ແມ່ເຫມືອນກັບສັດ ທີ່ໄລ່ລ່າເຫຍື່ອຂອງມັນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ເປັນເຫຍື່ອ

ແປ "ເຫຍື່ອ" ເຫມືອນກັບໃນ 5:29.