# ຈົ່ງລຸກຂຶ້ນ "ຈົ່ງລຸກຢືນຂຶ້ນ" ຫລື "ຈົ່ງໃສ່ໃຈ" # ຢູ່ຢ່າງສະບາຍ "ປອດໄພ" ຫລື "ທີ່ໄຮ້ກັງວົນ" # ສຽງຂອງຂ້າພະເຈົ້າ ເອຊາຢາຫມາຍເຖິງຕົວລາວເອງໂດຍແມ່ນສຽງຂອງລາວທີ່ເນັ້ນຫນັກໃຫ້ເຫັນເຖິງສິ່ງທີ່ລາວເວົ້າ. ອາດແປໄດ້ອີກວ່າ: "ຂ້ານ້ອຍເວົ້າ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-metonymy]]) # ຄວາມຫມັ້ນໃຈຂອງພວກເຈົ້າຈະຫມົດໄປ ປະໂຫຍກນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ເອຊາຢາຍັງເວົ້າກ່ຽວກັບພວກເຂົາ ບໍ່ມີຄວາມຫມັ້ນໃຈເຫມືອນກັບວ່າຄວາມຫມັ້ນໃຈຂອງພວກເຂົາເປັນສິ່ງທີ່ຈັບຕ້ອງໄດ້ທີ່ເປັນວັດຖຸທີ່ແຕກຫັກໄດ້. ອາດແປໄດ້ອີກວ່າ: "ພວກເຈົ້າຈະບໍ່ຫມັ້ນໃຈອີກຕໍ່ໄປ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-activepassive]]) # ຜົນອະງຸ່ນຈະບໍ່ໄດ້ຜົນ ນີ້ຫມາຍເຖິງທີ່ຈະບໍ່ມີຫມາກອະງຸ່ນທີ່ດີເພື່ອເກັບພືດຜົນໄດ້. ອາດແປໄດ້ອີກວ່າ: "ຈະບໍ່ມີຫມາກອະງຸ່ນສຳລັບເພື່ອເກັບພືດຜົນອີກຕໍ່ໄປ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-explicit]]) # ການເກັບພືດຜົນກໍຈະບໍ່ມາເຖິງ "ເວລາສຳລັບການເກັບພືດຜົນຈະບໍ່ເກີດຂຶ້ນ"