# ໄດ້ແຕ້ມຕາຂອງນາງ "ແຕ່ງໜ້າ, ເຮັດໃຫ້ຜົມຂອງນາງງາມ" # ເຈົ້າມາຢ່າງສັນຕິບໍ, ເຈົ້າຊິມຣີ, ເຈົ້າຂ້ານາຍຂອງເຈົ້າບໍ? ເຢເຊເບນໃຊ້ຄຳຖາມນີ້ເພື່ອກ່າວຫາເຢຮູວ່າບໍ່ໄດ້ມາຢ່າງສັນຕິວິທີ. ສິ່ງນີ້ສາມາດຂຽນເປັນຄຳຖະແຫຼງການ. ແປໄດ້ອີກວ່າ: "ທ່ານຫມັ້ນໃຈວ່າທ່ານບໍ່ໄດ້ມາຢູ່ໃນຄວາມສະຫງົບ, ທ່ານ ຊິມຣີ, ຄາດຕະກອນຂອງນາຍທ່ານ!" (ເບິ່ງ: [[rc://*/ta/man/translate/figs-rquestion]]) # ເຈົ້າຊິມຣີ, ເຈົ້າຂ້ານາຍຂອງເຈົ້າບໍ ທີ່ນີ້ເຢເຊເບນເອີ້ນເຢຮູ "ຊິມຣີ" ເພື່ອເວົ້າວ່າລາວເປັນຜູ້ຂ້າ. ຊິມຣີແມ່ນຜູ້ບັນຊາການກອງທັບອິດສະຣາເອນທີ່ໄດ້ຂ້າກະສັດແຫ່ງອິດສະຣາເອນເພາະວ່າລາວຢາກເປັນກະສັດ. ອາດແປໄດ້ອີກວ່າ: "ເຈົ້າໄດ້ຂ້ານາຍຂອງເຈົ້າ, ຄືກັບ ຊິມຣີໄດ້ຂ້ານາຍຂອງລາວ" (ເບິ່ງ: [[rc://*/ta/man/translate/figs-metaphor]]) # ຊິມຣີ ນີ້ແມ່ນຊື່ຂອງຄົນ. (ເບິ່ງ: [[rc://*/ta/man/translate/translate-names]]) # ໃຜຢູ່ຂ້າງຂອງຂ້ອຍ ການ “ຢູ່ຂ້າງໃຜຜູ້ໜຶ່ງ” ຫມາຍຄວາມວ່າຈະຈົງຮັກພັກດີຕໍ່ພວກເຂົາແລະສະຫນັບສະຫນູນພວກເຂົາ. ອາດແປໄດ້ອີກວ່າ: "ໃຜເປັນຄົນທີ່ຊື່ສັດຕໍ່ຂ້ອຍ" (ເບິ່ງ: [[rc://*/ta/man/translate/figs-idiom]])