32 lines
3.4 KiB
Markdown
32 lines
3.4 KiB
Markdown
|
# ຂໍ້ມູນທົ່ວໄປ:
|
||
|
|
||
|
ຂໍ້ທີ 12-14 ຈົບຄຳເວົ້າທີ່ຈິນຕະນາການຂອງຄົນບາບທີ່ພະຍາຍາມຊັກຊວນຄົນອື່ນໃຫ້ເຮັດບາບ.
|
||
|
|
||
|
# ໃຫ້ເຮົາກືນພວກເຂົາທັງເປັນ, ຄືແບບແດນຄົນຕາຍກືນເຂົາເຫລົ່ານັ້ນທີ່ຍັງມີສຸຂະພາບດີ
|
||
|
|
||
|
ຄົນບາບເວົ້າເຖິງການຂ້າຄົນທີ່ບໍລິສຸດ ຄືກັບວ່າພວກເຂົາເປັນເຊໂອນ ແລະ ພວກເຂົາຈະເອົາຄົນທີ່ມີຊີວິດ ແລະ ສຸຂະພາບແຂງແຮງລົງໄປບ່ອນທີ່ຄົນຕາຍໄປ. (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-metaphor]])
|
||
|
|
||
|
# ໃຫ້ເຮົາກືນກິນ...ຄືກັບເຊໂອນອອກໄປ
|
||
|
|
||
|
ເລື່ອງນີ້ເວົ້າເຖິງຫລຸມຝັງສົບຄືກັບວ່າມັນເປັນຄົນທີ່ກືນກິນມະນຸດ ແລະ ນຳພວກເຂົາລົງໄປສູ່ບ່ອນຕາຍ. (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-personification]])
|
||
|
|
||
|
# ຄືແບບແດນຄົນຕາຍ ກືນເຂົາເຫລົ່ານັ້ນທີ່ຍັງມີສຸຂະພາບດີ
|
||
|
|
||
|
ຄົນຊົ່ວຄາດຫວັງວ່າຈະທຳລາຍຜູ້ເຄາະຮ້າຍຂອງພວກເຂົາ ໃນວິທີດຽວກັນກັບເຊໂອນບ່ອນທີ່ຄົນຕາຍ, ຈະເອົາຄົນທີ່ມີສຸຂະພາບແຂງແຮງໄປນຳ.
|
||
|
|
||
|
# ເຮັດໃຫ້ເຂົາຄືກັບຄົນເຫລົ່ານັ້ນທີ່ຕົກລົງໃນຂຸມນະລົກ
|
||
|
|
||
|
ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) ນີ້ຫມາຍເຖິງນັກທ່ອງທ່ຽວທີ່ຕົກເຂົ້າໄປໃນຂຸມເລິກເຊິ່ງບໍ່ມີໃຜຈະພົບເຫັນພວກເຂົາ ຫລື 2) ຢູ່ທີ່ນີ້ "ຂຸມ" ແມ່ນອີກ ຄຳຫນຶ່ງທີ່ມີຄວາມຫມາຍ ວ່າເຊໂອນ ຫລື ສະຖານທີ່ທີ່ຄົນຕາຍໄປ.
|
||
|
|
||
|
# ຈົ່ງມາຮ່ວມກັບພວກເຮົາ
|
||
|
|
||
|
ນີ້ແມ່ນສຳນວນ. ອາດແປໄດ້ອີກວ່າ: "ເຂົ້າຮ່ວມກັບພວກເຮົາ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-idiom]])
|
||
|
|
||
|
# ເຮົາທຸກຄົນຈະມີຖົງເງີນດຽວກັນ
|
||
|
|
||
|
ໃນນີ້ຄຳວ່າ "ກະເປົາເງິນ" ສະແດງເຖິງທຸກຢ່າງທີ່ພວກເຂົາລັກ. ອາດແປໄດ້ອີກວ່າ: "ພວກເຮົາຈະແບ່ງປັນທຸກຢ່າງທີ່ພວກເຮົາລັກມາຢ່າງເທົ່າທຽມກັນ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-metonymy]])
|
||
|
|
||
|
# ກະເປົາເງີນ
|
||
|
|
||
|
ແມ່ນກະເປົາສຳຫລັບໃສ່ເງີນ
|